History
ສູນຕ້ານເອດ ແລະ ພຕພ ຂຽນຫຍໍ້ເປັນຕົວອັກສອນວ່າ "ສຕອ" ຊື່ເປັນພາສາຝຣັ່ງ: Centre de la Lutte Contre le Virus de I'Immuno de´ficience Humaine (VIH)/Syndrome de I'Immuno De´ficience Acquise (SIDA) et I'Infection Sexuellement Transmissible "CSIST". ຊື່ເປັນພາສາອັງກິດ: Center for (HIV)/Acquired Immune Deficiency Syndrome (AIDS) and Sexually Transmitted Infections (STI) "CHAS" ແມ່ນການຈັດຕັ້ງທາງດ້ານວິຊາການໜຶ່ງ ຂອງກະຊວງສາທາລະນະສຸກ ຢູ່ພາຍໃຕ້ການຊີ້ນຳ,ກວດກາ ແລະ ການຄຸ້ມຄອງດ້ານມະຫາພາກຂອງກົມຄວບຄຸມພະຍາດຕິດຕໍ່, ມີພາລະບົດບາດຈັດຕັ້ງປະຕິບັດວຽກງານການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນ ໃນຂອບເຂດທົ່ວປະເທດ. ວຽກງານຕ້ານເອດ ໄດ້ລິເລີ່ມເຄື່ອນໄຫວນັບແຕ່ປີ 1987 ເປັັນຕົ້ນມາ ຢູ່ພາຍໃຕ້ສະຖາບັນກັນພະຍາດກະຊວງສາທາລະນະສຸກ ຊຶ່ງການຈັດຕັ້ງປະຕິບັດແມ່ນຢູ່ໃນເຂດພື້ນທີ່ນະຄອນຫລວງວຽງຈັນ, ມາຮອດ ປີ 1988 ກໍ່ໄດ້ມີຂໍ້ຕົກລົງແຕ່ງຕັ້ງ ຄະນະກຳມະການແຫ່ງຊາດຕ້ານເອດ ແລະ ມີການແຕ່ງຕັ້ງ ຄະນະກຳມະການຕ້ານເອດຂັ້ນ ແຂວງ ແລະ ເມືອງຂື້ນໃນປີ 1989 ເພື່ອສຸມໃສ່ວຽກງານການໂຄສະນາເປັນວົງກວ້າງ ແລະ ການກວດເລືອດເພື່ອຊອກຫາການຕິດເຊື້ອເຮສໄອວີ, ມາຮອດປີ 1999 ກໍ່ໄດ້ແຍກອອກຈາກສະຖາບັນກັນພະຍາດມາເປັນຫ້ອງການຄະນະກຳມະການແຫ່ງຊາດຕ້ານເອດ ແລະ ປ່ຽນມາເປັນ ສູນຕ້ານເອດ ແລະ ພຕພ ໃນປີ 2003 ຈົນເຖິງປັດຈຸບັນ ພາຍໃຕ້ການນໍາພາ-ຊີ້ນຳຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ.
ປະກອບດ້ວຍ 5 ຂະແໜງການ
- ຂະແໜງໂຄສະນາຕ້ານເອດ ແລະ ພຕພ (Information Education Communication Section);
- ຂະແໜງຄຸ້ມຄອງພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນ (Management on HIV/AIDS and STI Section);
- ຂະແໜງລະບາດວິທະຍາ (Epidemiology Section);
- ຂະແໜງເຝົ້າລະວັງ ແລະ ປະເມີນຜົນ (Surveillance and Evaluation Section);
- ຂະແໜງບໍລິຫານ (Administration Section).
Vision
ເສີມສ້າງຄວາມເຂັ້ມແຂງ ໃນລະບົບການຄຸ້ມຄອງ ວຽກງານການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ທີ່ ທຸກຄົນສາມາດເຂົ້າເຖິງ ການບໍລິການປ້ອງກັນ, ປິ່ນປົວ ດູແລ ເບີ່ງແຍງ ແລະ ຊ່ວຍເຫຼືອ ທີ່ມີຄຸນນະພາບ ແບບຄົບຊຸດ ໂດຍເຊື່ອມສານວຽກງານເຂົ້າໃນລະບົບການບໍລິການສຸຂະພາບ ແບບຍືນຍົງ ແລະ ບໍ່ມີການຈຳແນກ, ບໍ່ມີການລັງກຽດ ຜູ້ຕິດເຊື້ອ ແລະ ຜູ້ທີ່ເປັນພະຍາດເອດ ໃນ ສປປ ລາວ.
ເປົ້າໝາຍ: ຢຸດຕິ ການແຜ່ລະບາດ ຂອງເຊື້ອເຮສໄອວີ/ພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ໃນ ສປປ ລາວ ໃນປີ 2030.
Mission
ເປົ້າໝາຍແບບເລັ່ງລັດ (Fast-Tract) ຂອງອົງການສະຫະປະຊາຊາດຕໍ່ວຽກງານຕ້ານເອດພາຍໃນປີ 2025 ໃຫ້ບັນລຸໄດ້ 95-95-95 ເພື່ອຍຸດຕິການແຜ່ລະບາດຂອງເຊື້ອເຮສໄອວີ ໃຫ້ໄດ້ພາຍໃນປີ 2030.