ຂະແໜງ ບໍລິຫານ
ເປັນເສນາທິການໃຫ້ສູນໃນການປະສານສົມທົບກັບຂະແໜງກ່ຽວຂ້ອງເພື່ອຄົ້ນຄວ້າຮ່າງແຜນຍຸດທະສາດ,ນະໂຍບາຍ, ຂໍ້ແນະນໍາ, ຫຼັກການ, ມາດຕະຖານຕ່າງໆ
ຄຸ້ມຄອງ ແລະ ບໍລິຫານເອກະສານ, ຂາເຂົ້າ-ຂາອອກ, ສໍາເນົາ, ຈັດພິມ, ຈັດສົ່ງ ແລະ ພ້ອມທັງຄຸ້ມຄອງຕາປະທັບຂອງສູນ ແລະ ກາຈ້ຳຊື່ ຂອງຫົວໜ້າ ແລະ ຮອງຫົວໜ້າສູນ;
ຄຸ້ມຄອງພະນັກງານ-ລັດຖະກອນ, ຂື້ນແຜນການກໍ່ສ້າງ-ບຳລຸງຍົກລະດັບ, ສະເໜີການເລື່ອນຊັ້ນ-ຂັ້ນເງິນເດືອນ, ການປະຕິບັດນະໂຍບາຍ, ຍ້ອງຍໍ ແລະ ວິໄນຕໍ່ພະນັກງານລັດຖະກອນພາຍໃນສູນ;
ເປັນເສນາທິການໃນການຄຸ້ມຄອງລັດ ແລະ ໂຄງການ, ງົບປະມານ, ວຽກງານການຈັດຊື້-ຈັດຈ້າງ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ວຽກງານການສະກັດກັ້ນ ແລະ ຕ້ານເຊື້ອເຮສໄອວີ /ພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນ;
ຄຸ້ມຄອງການເງິນ, ລາຍຮັບ-ລາຍຈ່າຍ, ວັດຖຸ, ເງິນເດືອນ, ຊັບສົມບັດສ່ວນລວມ, ຍານພາຫານະ, ນໍ້າມັນເຊື້ອໄຟ, ວຽກງານສ້ອມແປງ, ອຸປະກອນຮັບໃຊ້ ແລະ ເຄຫະສະຖານຕ່າງໆຂອງສູນ;
ປະສານງານກັບພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ, ຕ່າງປະເທດ ແລະ ບັນດາຄູ່ຮ່ວມພັດທະນາ, ຄູ່ຮ່ວມງານ ເພື່ອຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານເຊື້ອເຮສໄອວີ /ພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນໃຫ້ມີປະສິດທິຜົນ;
ສະຫຼຸບ, ສັງລວມ ແລະ ລາຍງານການເຄື່ອນໄຫວວຽກງານ ປະຈຳອາທິດ, ເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ ແລະ ປີ ໃຫ້ຄະນະສູນ;