ສູນຕ້ານເອດ ແລະ ພຕພ
Management AIDS and STI

Management AIDS and STI

ພາລະບົດບາດ ຂະແໜງຄຸ້ມຄອງພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນ

  1. ຜັນຂະຫຍາຍມະຕິຄຳສັ່ງກົດໝາຍແຜນຍຸດທະສາດກ່ຽວກັບວຽກງານໃຫ້ຄຳປຶກສາ ແລະ ກວດເລືອດວຽກງານການປິ່ນປົວດູແລເບິ່ງແຍງ ແລະ ວຽກງານຕິດຕາມການນຳໃຊ້ຢານ້ຳຢາກວດອຸປະກອນ ກ່ຽວກັບຄຸ້ມຄອງພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນ ມາເປັນແຜນການ, ໂຄງການລະອຽດ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ
  2. ເປັນເສນາທິການໃຫ້ສູນໃນການຄົ້ນຄວ້າຮ່າງແຜນຍຸດທະສາດນະໂຍບາຍຂໍ້ແນະນໍາຫຼັກການມາດຕະ ຖານຕ່າງໆ ກ່ຽວກັບວຽກງານໃຫ້ຄຳປຶກສາ ແລະ ກວດເລືອດວຽກງານການປິ່ນປົວດູແລເບິ່ງແຍງ ແລະ ວຽກງານຕິດຕາມການນຳໃຊ້ຢານ້ຳຢາກວດອຸປະກອນ ກ່ຽວກັບຄຸ້ມຄອງພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນ;

  3. ຂຶ້ນແຜນກິດຈະກຳ ແລະ ແຜນງົບປະມານ ກ່ຽວກັບວຽກງານຄຸ້ມຄອງພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນວຽກງານຕ້ານເອດ

  4. ພັດທະນາຄູ່ມືເຄື່ອງມືຕ່າງໆ ດ້ານວິຊາການ ກ່ຽວກັບການຄຸ້ມຄອງເຊື້ອເຮສໄອວີ/ພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ

  5. ເສີມສ້າງຄວາມເຂັ້ມແຂງທາງດ້ານການໃຫ້ຄຳປຶກສາ ແລະ ກວດເລືອດວຽກງານການປິ່ນປົວດູແລເບິ່ງແຍງ ແລະ ວຽກງານຕິດຕາມການນຳໃຊ້ຢານ້ຳຢາກວດອຸປະກອນ ກ່ຽວກັບຄຸ້ມຄອງພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນ ໂດຍປະສານງານກັບບັນດາຄູ່ຮ່ວມງານທີ່ກ່ຽວຂ້ອງ

  6. ເປັນຈຸດປະສານງານທາງດ້ານວິຊາການ ທີ່ພົວພັນກັບວຽກງານຄຸ້ມຄອງເຊື້ອເຮສໄອວີ/ພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນພະຍາດຊືມເຊື້ອຮ່ວມ ທັງພາຍໃນ ແລະ ຕ່າງປະເທດ

  7. ຄຸ້ມຄອງຕິດຕາມ ແລະ ປະເມີນຜົນທຸກວຽກງານທີ່ພົວພັນກັບການປິ່ນປົວພະຍາດເອດ/ພະຍາດຕິດຕໍ່ທາງເພດສຳພັນ ລວມທັງຄູ່ມືການປິ່ນປົວການຕ້ານຕໍ່ຢາການນຳໃຊ້ອຸປະກອນການແພດການກວດວິເຄາະ ແລະ ເຄືອຄ່າຍຜູ້ຕິດເຊື້ອເຮສໄອວີ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກເຊື້ອເຮສໄອວີ

  8. ຂື້ນແຜນ ແລະ ສັງລວມຄວາມຕ້ອງການ ແລະ ແຈກຢາຍ ຢານ້ຳຢາກວດເລືອດ ແລະ ອຸປະກອນການແພດທີ່ກ່ຽວຂ້ອງ;

  9. ປັບປຸງຄຸນນະພາບວຽກງານການບໍລິການປິ່ນປົວ, ດູແລ-ເບີ່ງແຍງ ຜູ້ຕິດເຊື້ອເຮສໄອວີ/ພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ຂອງສະຖານທີ່ບໍລິການປິ່ນປົວດ້ວຍຢາຕ້ານຕໍ່ເຊື້ອເຮສໄອວີ ໃຫ້ສອດຄອງກັບນະໂຍບາຍຂອງກະຊວງສາທາລະນະສຸກ

  10. ສະຫລຸບສັງລວມ ແລະ ລາຍ​ງານສະພາບ​ການ​ເຄື່ອນ​ໄຫວວຽກງານ ປະຈຳອາທິດ ແລະ ເດືອນ    ເພື່ອ​ໃຫ້ຂະແໜງບໍລິຫານ ສັງລວມ ແລະ ລາຍງານ ໃຫ້ຄະນະສູນເປັນປົກກະຕິ;

     

ໂຄງຮ່າງຂະແໜງຄຸ້ມຄອງພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນ

image.png