ຂະແໜງໂຄສະນາຕ້ານເອດ ເປັນຂະແໜງໜື່ງຂອງສູນຕ້ານເອດ ແລະ ພຕພ, ມີໜ້າທີ່:
ໂຄສະນາໃຫ້ຄວາມຮູ້ຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບເຊື້ອເຮສໄອວີ/ພະຍາດເອດ ແລະ ພຕພ, ສະໜອງຂໍ້ມູນຂ່າວສານໃຫ້ທັນກັບສະພາບຕົວຈິງໂດຍການຮີບໂຮມ,ສັງລວມ,ລຽບລຽງຂໍ້ມູນຂ່າວສານຈາກພາຍໃນ ແລະ ຕ່າງປະເທດ ໃຫ້ແກ່ຂະແໜງການອອ້ມຂ້າງສູນກາງ ແລະ ແຂວງ;
ພັດທະນາຮູບແບບການໂຄສະນາເພື່ອປ່ຽນແປງພຶດຕິກຳໃຫ້ກຸ່ມເປົ້າໝາຍສະເພາະເຊັ່ນ: ສາວບໍລິ ການ , ຊພຊ , ກຸ່ມໃຊ້ຢາເສບຕິດ, ແຮງງານເຄື່ອນຍ້າຍ ແລະ ຊົນເຜົ່າເພື່ອສອດຄ່ອງກັບຕົວຈິງ;
ພັດທະນາອຸປະກອນສື່ໂຄສະນາເພື່ອເປັນເຄື່ອງມືໃນການເຜີຍແຜ່ຄວາມຮູ້ກ່ຽວເຊື້ອເຮສໄອວີ/ພະຍາດເອດ ແລະ ພຕພ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ສັງລວມ, ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນ ເພື່ອຂໍອະນຸມັດບັນດາສື່ໂຄສະນາ ຕ່າງໆໃນວຽກງານຕ້ານເອດ ໃນຂອບເຂດທົ່ວປະເທດ;
ຍົກລະດັບ ແລະ ເສີມສ້າງຄວາມສາມາດໃຫ້ແກ່ພະນັກງານ ລັດຖະກອນ ຂັ້ນແຂວງ ແລະ ຂັ້ນເມືອງໃນວຽກງານໂຄສະນາ ແລະ ຜະລິດສື່;
ອອກແບບລາຍການທາງວິທະຍຸ,ໂທລະພາບ, ໜັງສືພິມ ແລະ ວາລະສານຕ່າງໆ ໂດຍປະສານງານກັບພາກສ່ວນທີ່ກ່ຽວຂ້ອງພ້ອມທັງແຜນແຈກຢາຍ;
ຄຸ້ມຄອງການນຳໃຊ້ຖົງຢາງອະນາໄມໂດຍການຂຶ້ນແຜນຄວາມຕ້ອງການ, ການແຈກຢາຍ, ການຕິດຕາມ ແລະ ປະເມີນຜົນ, ການປະສານງານກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ກົມຄວບຄຸມພະຍາດຕິດຕໍ່, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກົມອາຫານ ແລະ ຢາ, ສູນແມ່ ແລະ ເດັກ, ແລະ ພາກສ່ວນທີ່ກ່ຽວຂ້ອງ;
ເປັນບ່ອນເຕົ້າລວມຂໍ້ມູນຂ່າວສານ, ບົດຄົ້ນຄວ້າ, ຄູ່ມື, ນະໂຍບາຍຕ່າງໆເຂົ້າໄວ້ໃນລະບົບຄອມພິວເຕີ້ , ພັດທະນາເວບໄຊ ແລະ ໃຫ້ບໍລິການຂໍ້ມູນທາງເວບໄຊ;
ເຊີ່ງມີພະນັກງານ 02 ທ່ານ
ໂທ02055424100